ສກມ ຄົງເຊໂດນ
ເຜີຍແຜ່ເອກະສານທີ່ສຳຄັນໃຫ້ແກ່ຜູ້ບໍລິຫານການສຶກສາ
ໃນວັນທີ 16 ສິງຫາ ທີ່ສະໂມສອນວັດທ່າຫຼວງ ເມືອງຄົງເຊໂດນ ໄດ້ເປີດກອງປະຊຸມດໍາເນີນຊີວິດການເມືອງປະຈໍາປີໃຫ້ແກ່ພະນັກງານຄູ-ອາຈານ ທົ່ວເມືອງ ຄົງເຊໂດນ ເຂົ້າຮ່ວມເປັນກຽດໃນພິທີຂອງ ທ່ານ ສົມຈິດ ເພັງສຸວັນນະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ທອງຄຳ ແສງຈັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີທ່ານຮອງປະທານກວດກາເມືອງ, ຄະນະກຸ່ມຄຳທອງ ພ້ອມດ້ວຍບັນດາຜູ້ບໍລິຫານການສຶກສາ ຜູ້ອຳນວຍການໂຮງຮຽນ ຄູອາຈານ ຈາກ ໂຮງຮຽນ 107 ແຫ່ງ ຈຳນວນ 205 ທ່ານ ຍິງ 111 ທ່ານ ເຂົ້າຮ່ວມຢ່າງພ້ອມພຽງ.
ການດຳເນີນຊີ້ວິດການເມືອງປະຈຳປີ 2018 ແມ່ນໄດ້ນຳເອົາເອກະສານຕ່າງໆ ທີ່ສຳຄັນມາເຜີຍແຜ່ ແລະ ເຊື່ອມຊຶມໃຫ້ແກ່ພະນັກງານຄູ-ອາຈານ ເຊິ່ງເມືອງລະຄອນເພັງແມ່ນໄດ້ແບ່ງອອກເປັນ 2 ຈຸດໃນການດຳເນີນຊີວິດການເມືອງ ຈຸດທີ 1 ຢູ່ທີ່ໂຮງຮຽນ ມສ ຄົງເຊໂດນ ມີ 4 ໂຮງຮຽນເຂົ້າຮ່ວມຄື: ກຸ່ມຄົງເຊໂດນ, ນາປົ່ງ, ຕານປ່ຽວ ແລະ ນາເມກ , ຈຸດທີ 2 ແມ່ນຢູ່ທີ່ສະໂມສອນວັດທ່າຫຼວງມີ ກຸ່ມຄໍາທອງ, ກຸ່ມນາມ່ວງ, ກຸ່ມນາໂນງ, ກຸ່ມແກ້ງຫວດ ແລະ ກຸ່ມແກ້ງໂຄນ ໂຮງຮຽນ 107 ແຫ່ງ ມີ 205 ຄົນ ຍິງ 111 ຄົນ ທັງນີ້ກໍ່ເພື່ອເຮັດໃຫ້ຄູອາຈານທຸກຄົນໄດ້ຮັບຮູ້ ແລະ ກຳໄດ້ເຖິງບັນດາເນື້ອໃນຕ່າງໆຂອງເອກະສານຢ່າງເລິກເຊິ່ງ ໂດຍປະກອບມີ ເອກະສານຄຳສັ່ງແນະນຳເລື່ອງການປະເມີນຜົນການປະຕິບັດໜ້າທີ່ວຽກງານຂອງລັດຖະກອນຄູເລກທີ 204 ສສກ.ຈຕ ລົງວັນທີ 7 ກຸມພາ 2017, ເອກະສານມາດຕະຖານຄຸນນະພາບການສຶກສາສຳລັບຊັ້ນມັດທະຍົມ, ປະຖົມ, ເອກະສານ 3 ຂໍ້ແຂ່ງຂັນຂອງຂະແໜງການສຶກສາ - ກິລາ, ການເພີ່ມທະວີວຽກຕິດຕາມ ກວດກາ, ສະກັດກັ້ນ ແລະຕ້ານສໍ້ລາດບັງຫຼວງ, ພາຍຫຼັງທີ່ສຳເລັດການເຜີຍແຜ່ ແລະ ເຊື່ອມຊືມບັນດາເອກະສານຕ່າງໆແລ້ວ ແຕ່ລະຄົນຈະໄດ້ຂຽນກິດສຳພັນ, ແບ່ງຈຸເພື່ອດຳເນີນການສຳຫຼວດກວດກາ ພ້ອມທັງໃຫ້ຄຳຕຳຕິສົ່ງຂ່າວ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ທັງນີ້ກໍ່ເພື່ອເປັນເຜີຍແຜ່ເອກະສານທີ່ສຳຄັນຕ່າງໆໃຫ້ແກ່ຄູອາຈານ ພ້ອມທັງເປັນການຖອດຖອນແລກປ່ຽນບົດຮຽນຮ່ວມກັນໃນການຈັດຕັ້ງປະຕິບັດວຽກງານການຮຽນ - ການສອນໄລຍະຜ່ານມາ ໂດຍສະເພາະແມ່ນການເຮັດໜ້າທີ່ໃນການສິດສອນ ກໍ່ຄືການສອນຄົບຕາມໂຄງການຫຼັກສູດ ແລະ ຕາມຊົ່ວໂມງທີ່ໄດ້ກຳນົດໄວ້, ຄູທຸກຄົນຕ້ອງໄດ້ປະຕິບັດໜ້າທີ່ຢ່າງເຂັ້ມແຂງເປັນຕົ້ນ ດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຈັນຍາບັນ, ດ້ານວິຊາຊີບ, ການພັດທະນາຕົນເອງ ແລະ ດ້ານການບໍລິຫານ ເປັນຕົ້ນແມ່ນທັດສະນະຫຼັກໜັ້ນ ມີສະຕິຕໍ່ການຈັດຕັ້ງ ແລະ ປະຕິບັດໜ້າທີ່ຕາມການມອບໜາຍ, ປະຕິບັດພັນທະໃນການເຄື່ອນໄຫວ, ມີນ້ຳໃຈຮັກາດ ແລະ ຮັກອາຊີບ ດຳລົງຊີວິດດ້ວຍຄວາມໂປ່ງໃສຂາວສະອາດ, ຮັກກຽດສັກສີຂອງຄູ ມີການວາງແຜນການສອນ ແລະການແຕ່ງບົດສອນ, ໃນນັ້ນກໍ່ຕ້ອງໄດ້ມີສື່ການຮຽນ - ການສອນໄປພ້ອມໆກັນ ທີ່ສຳຄັນແມ່ນວິທີການສິດສອນ ການສຶກສາອົບຮົມເພື່ອໃຫ້ນັກຮຽນໄດ້ຄວາມຮູ້ຢ່າງເຕັມເມັດເຕັມໜ່ວຍ, ຜູ້ບໍລິຫານການສຶກສາຕ້ອງປະຕິບັດຫຼັກການລວມສູນປະຊາທິປະໄຕ,ຫຼັກການມີສ່ວນຮ່ວມ, ນຳພາເປັນໜູ່ຄະນະ ແລະ ບຸກຄົນໃຫ້ເຂັ້ມງວດ, ມີແຜນການ, ແຜນງານ ພ້ອມທັງຊຸກຍູ້ ແລະ ສະຫຼຸບລາຍການເປັນປະຈຳ, ສ້າງເງື່ອນໄຂອຳນວຍຄວາມສະດວກ ແລ ສ່ງຈູງໃຈໃນການປະຕິບັດໜ້າ ພາຍໃນໂຮງຮຽນກໍ່ຕ້ອງມີກນພັດທະນາຢ່າງຮອບດ້ານ ໂດຍສະເພາະການປະຕິບັດ 3 ຂໍ້ແຂ່ງຂັນຂອງຂະແໜງການສຶກສາໃຫ້ໄດ້ຮັບຜົນສຳເລັດສແດງອອກໃຫ້ເຫັນດ້ານຜົນງານການປະຕບັດ, ນອກນັ້ນແມ່ນການພົວພັນກັບຊຸມຊົນເປັນຕົ້ນແມ່ນຄະນະພັດທະນາການສຶກສາຂັ້ນບ້ານຕ້ອງໄດ້ມີການພົວພັນກັນສະເໜີເພື່ອສະດວກໃນການເຮັດໜ້າທີ່ຂອງຄູ ແລະ ຂອງອຳນາດການປົົກຄອງໃນການຊຸກຍູ້ສົ່ງເສີມລູກຫຼານເຂົ້າໂຮງຮຽນຕາມເກນອາຍຸ, ການຮຽນ - ການສອນຕ້ອງໄດ້ປະຕິບັດຕາມ 5 ຫຼັກມູນຂອງການສຶກສາ ເພື່ອໃຫ້ນັກຮຽນໄດ້ມີກິດຈະການຮຽນຫຼາຍຂຶ້ນ ທັງຮຽນ ແລະ ປະຕິບັດຕົວຈິງໄປພ້ອມໆກັນ ເພື່ອເຮັດໃຫ້ການຮຽນຂອງນັກຮຽນມີປະສິດິພາບສູງ ການສອນຂອງຄູກໍ່ຕອງໃຫ້ໄດ້ຄຸນນະພາບເຊັ່ນດຽວກັນ.
ຂ່າວໂດຍ: ແຫຼງຄຳ ບຸດນາໂຄກ
ອັບໂຫຼດຂ່າວໂດຍ: ໂອເລ້ ສິງຂາວເພັດ