ຂະແໜງຈັດຕັ້ງ-ພະນັກງານ
- ໜ້າທີຂອງຂະແໜງຈັດຕັ້ງ-ພະນັກງານ
- ວາງແຜນພັດທະນາວຽກງານຕ່າງໆຂອງຂະແໜງ.
- ສັງລວມແຜນຄວາມຕ້ອງການ, ແຜນຝຶກອົບຮົມ,ຍົກລະດັບ ແລະ ພັດທະນາລັດຖະກອນສຶກສາ ແລະກິລາພາຍໃນທົ່ວແຂວງ.
- ຄຸ້ມຄອງລັດຖະກອນສຶກສາ ແລະ ກິລາຕາມລະບຽບຫຼັກການ.
- ຄົ້ນຄວ້າ ແລະ ນຳສະເໜີການປັບປຸງກົງຈັກການຈັດຕັ້ງພະນັກງານ.
- ຄົ້ນຄວ້າ ແລະຈັດຕັ້ງປະຕິບັດນະໂຍບາຍສະຫວັດດີການຕໍ່ພະນັກງານ ແລະ ລັດຖະກອນສຶກສາ ແລະ ກິລາພາຍໃນແຂວງ/ນະຄອນຫຼວງ.
- ຈັດຕັ້ງ ແລະ ຊີ້ນຳການາປະຕິບັດລະບຽບຫຼັກການຄຸ້ມຄອງລັດຖະກອນ.
- ຮັບຜິດຊອບການສອບເສັງເລື່ືອຊັ້ນ-ຂັ້ນລັດຖະກອນສຶກສາ ແລະ ກິລາ.
- ຮັບຜິດຊອບວຽກງານກອງທຶນ ສະຫວັດດີການຄູແຫ່ງຊາດ.
- ຄົ້ນຄວ້າແລະສະເໜີການບັນຈຸ, ສັບຊ້ອນ, ຍົກຍ້າຍ, ແຕ່ງຕັ້ງ ແລະ ເລື່ອນຊັ້ນ-ຂັ້ນເງິນເດືອນໃຫ້ແກ່ພະນັກງານໃນແຂວງ/ນະຄອນຫຼວງ.
- ຮັບຜິດຊອບວຽກງານກໍ່ສ້າງພັກ ແລະ ວຽກງານອົງການາຈັດຕັ້ງມະຫາຊົນຂອງພະແນກ.
- ຮັບຜິດຊອບວຽກງານກໍ່ສ້າງພັກ ແລະ ວຽກງານອົງການາຈັດຕັ້ງມະຫາຊົນຂອງພະແນກ.
- ຄຸ້ມຄອງຂໍ້ມູນຂ່າວສານ, ສຳນວນເອກະສານລັດຖະກອນສຶກສາ ແລະ ກິລາພາຍໃນແຂວງນະຄອນຫຼວງ.
- ຈັດຕັ້ງເຜີຍແຜ່ມະຕິ, ຂໍ້ກຳນົດ, ລະບຽບຫຼັກການ ແລະ ນິຕິກຳຕ່າງໆ ຕາມການມອບໝາຍຂອງຫົວໜ້າພະແນກສຶກສາທິການ ແລະ ກິລາ/ນະຄອນຫຼວງ.
- ຄົ້ນຄວ້າ ແລະ ປະກອບຄຳເຫັນໃສ່ລະບຽບຫຼັກການຕ່າງໆ ຂອງພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ເທດສະບານເມືອງ ແລະ ໂຮງຮຽນຕ່າງໆທີ່ຂຶ້ນກັບພະແນກ.
- ຕິດຕາມ, ປະເມີນຜົນ ແລະ ສະຫຼຸບລາຍງານການປະຕິບັດທຸກວຽກງານພາຍໃນຂະແໜງ.
- ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ.
- ກິດຈະກຳ
- ເກັບກຳຂໍ້ມູນກ່ຽວກັບພະນັກງານ ແລະ ລັດຖະກອນສຶກສາແລະກິລາ ແລະ ສັງລວມແຜນ.
- ຄວາມຕ້ອງການຈາກພາກສ່ວນຕ່າງໆແລ້ວສ້າງເປັນແຜນຄວາມຕ້ອງການຂອງແຂວງນະຄອນຫຼວງ.
- ຄົ້ນຄວ້າ, ຄັດເລືອກ, ບັນຈຸ ແລະ ສັບຊ້ອນລັດຖະກອນຕາມລະບຽບຫຼັກການ.
- ຕິດຕາມ, ຊີ້ນຳ ແລະ ເກັບກຳການປະເມີນຜົນການປະຕິບັດໜ້າທີ່ວຽກງານຂອງລັດຖະກອນ.
- ຄົ້ນຄວ້າແລະນຳສະເໜີການເລື່ອນລັດຖະກອນຝຶກງານຂຶນເປັນລັດຖະກອນສົມບູນແລະ ການເລື່ອນຊັ້ນຂັ້ນເງິນເດືອນໃຫ້ລັດຖະກອນສຶກສາ ແລະ ກິລາຕາມລະບຽບການ.
- ຈັດຕັ້ງການສອບເສັງເລື່ຶອນຊັ້ນເງິນເດືອນໃຫ້ລັດຖະກອນສຶກສາ ແລະ ກິລາຕາມຄຳແນະນຳຂອງກະຊວງ.
- ນຳສະເໜີການແຕ່ງຕັ້ງພະນັກງານດຳລົງຕຳແໜ໋ງບໍລິຫານປະເພດຕ່າງໆຕາມການແບ່ງຂັ້ນຄຸ້ມຄອງ.
- ຄົ້ນຄວ້ານຳສະເໜີ, ຍົກຍ້າຍ ແລະ ໂອນພະນັກງານພາຍໃນ ແລະ ຕ່າງແຂວງ ຫຼື ໄປຂະແໜງອື່ນລັດຖະກອນສຶກສາ ແລະ ກິລາຕາມການແບ່ງຂັ້ນຄຸ້ມຄອງ.
- ກວດກາບັນຊີພະນັກງານ, ບັນຊີຈຳນວນພົນຫຼຸດ-ເພີ່ມ ໃນແຕ່ລະງວດຂອງສົກປີງົບປະມານເພື່ອຕິດຕາມຄຸ້ມຄອງສະຖິຕິພະນັກງານໃນແຕ່ລະ 3 ເດືອນ, 6 ເດືອນ ແລະ 1 ປີ.
- ເກັບກຳ, ສະຫຼຸບ, ລາຍງານສະຖິຕິພະນັກງານ, ພັກ, ອົງການມະຫາຊົນໃຫ້ແຕ່ລະພາກສ່ວນທີ່ຕ້ອງການ.
- ເກັບກຳ, ສະຫຼຸບ ແລະ ຄຸ້ມຄອງສຳນວນຊີວະປະຫວັດລັດຖະກອນ ແລະ ກິລາໃນທົ່ວແຂວງນະຄອນຫຼວງ ແລະ ປະກອບສຳນວນໃຫ້ແຕ່ລະພາກສ່ວນທີ່ຕ້ອງການ.
- ຄົ້ນຄວ້າ ແລະ ສັບຊ້ອນພະນັກງານ ແລະ ນັກຮຽນເພື່ອໄປອົບຮົມ, ຍົກລະດັບ ແລະ ຮຽນຕໍ່ທັງພາຍໃນແລະ ຕ່າງປະເທດ.
- ຮ່າງໜັງສືແຈ້ງການຕ່າງໆກ່ຽວກັບການປະຕິບັດນະໂຍບາຍຕໍ່ພະນັກງານ-ລັດຖະກອນສຶກສາ ແລະ ກິລາ.
- ອອກໃບຢັ້ງຢືນຄວາມເປັນພະນັກງານ ໃຫ້ແກ່ລັດຖະກອນສຶກສາ ແລະ ກິລາພາຍໃນແຂວງນະຄອນຫຼວງ.
- ສ້າງລະບຽບການປະຕິບັດນະໂຍບາຍສະເພາະຂອງພະແນກສຶກສາທິການ ແລະ ກິລາ/ນະຄອນຫຼວງ.
- ຄົ້ນຄວ້າ ແລະ ສະເໜີການປະຕິບັດນະໂຍບາຍ, ບຳເບັດ, ບຳນານ, ລາພັກ, ສ້າງຄອບຄົວ, ເສຍຊີວິດແລະ ອື່ນໆໃຫ້ພະນັກງານລັດຖະກອນສຶກສາ ແລະ ກິລາພາຍໃນພະແນກ.
- ເຮັດໜັງສືສະເໜີຂໍໃບຍ້ອງຍໍ, ຫຼຽນໄຊ, ຫຼຽນກາ ແລະ ຈັດຕັ້ງພິທີມອບຢ່າງເປັນທາງການ.
- ຄົ້ນຄວ້າ ແລະ ຄັດເລືອກພະນັກງານຄູດີເດັ່ນ.
- ສັງລວມ ແລະ ສ້າງແຜນຝຶກອົບຮົມ ແລະ ຍົກລະດັບພະນັກງານ ແລະ ລັດຖະກອນສຶກສາພາຍໃນແຂວງທັງໄລຍະສັ້ນ ແລະ ໄລຍະຍາວ.
- ສັບຊ້ອນ ແລະ ນຳສົ່ງພະນັກງານ, ຄູ-ອາຈານໃຫ້ແກ່ເມືອງ ແລະ ໂຮງຮຽນຕ່າງໆເພື່ອສັບຊ້ອນວຽກງານ.
- ຈັດຕັ້ງເຜີຍແຜ່ມະຕິ, ຂໍ້ກຳນົດ, ລະບຽບການ ແລະ ນິຕິກຳຕ່າງໆຕາມການມອບໝາຍຂອງຫົວໜ້າພະແນກ.
- ຄົ້ນຄວ້າແລະປະກອບຄຳເຫັນໃສ່ລະບຽບການຕ່າງໆຂອງພະແນກສຶກສາທິການ ແລະ ກິລາແຂວງ.
- ຕິດຕາມ, ຊຸກຍູ້, ກວດກາແລະປະເມີນຜົນການຈັດຕັ້ງປະຕິບັດລະບຽບການຄຸ້ມຄອງລັດຖະກອນສຶກສາ ແລະ ກິລາ.
- ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ.